บทความ

ຍານໃນລາວ (ຢ່າງຍານ ພືດເສດຖະກິດ )

รูปภาพ
ສ ປ ປ ລາວ ເປັນແຫຼ່ງຜະລິດຢ່າງຍານ Siam ຫຼື Lao Benzion ເຊິ່ງເປັນຢາງທີ່ນໍາມາຜະລິດເປັນຢາໝອງທີ່ໄດ້ຈາກກົກຍານ (Styrax tonkinensis) ແລະ ມີຕົ້ນກໍາເນີດຢູ່ອາຊີຕາວັນອອກສ່ຽງໃຕ້ ໃນແຕ່ລະປີຈຳນວນການຜະລິດຢາງຍານ ( siam Benzion ) ເຊິ່ງເປັນໜຶ່ງໃນອຸດສາຫະກຳການຄ້າໄດ້ປະມານ 50 ໂຕ່ນ . ໃນບາງປີ ສ ປ ປ ລາວ ເປັນພຽງປະເທດດຽວທີ່ຜະລິດຢາງຍານ (Benzion) ນີ້ແຕ່ເຖິງຢ່າງໃດກໍ່ຕາມປະເທດຫວຽດນາມກໍ່ຍັງເປັນປະເທດຄູ່ແຂ່ງປະເທດໜຶ່ງເຖິງຈະມີຜົນຜະລິດຕໍ່າກໍ່ຕາມ . ຢາງຍານ (Benzion) ທີ່ນຳມາຜະລິດສິນຄ້າອຸດສາຫະກຳປະເພດທີ່ສອງນັ້ນມີຊື່ວ່າ ( Sumatra benzoin) ເຊິ່ງໄດ້ມາຈາກປະເພດໄມ້ຕະກຸນ Styrax: S. benzoin ແລະ S.paralleloneurum ເຊິ່ງຕົ້ນໄມ້ສອງປະເພດນີ້ກໍ່ເປັນຕົ້ນໄມ້ທີ່ກໍາເນີດຢູ່ໃນອາຊີຕາວັນອອກສ່ຽງໃຕ້ເຊັ່ນດຽວກັນໃນປະເທດອິນໂດເນເຊຍ , ໂດຍສະເພາະຢູ່ທາງພາກເໜືອຂອງເກາະສູມານຕຣາ ເປັນບ່ອນດຽວທີ່ມີການຜະລິດຢາງຍານຊະນິດ (Sumatra benzoin) . ແຕ່ວ່າການຜະລິດຂອງຢາງຍານ (Ben zion) ສອງປະເພດນັ້ນມີຄວາມແຕກຕ່າງກັນຫຼາຍເຊິ່ງຈຳນວນການຜະລິດຢາງຍານ (Sumatra benzoin) ປະຈໍາປີແມ່ນປະມານ 1000 ໂຕ່ນ . ໂດຍອີງໃສ່ຂໍ້ມູນການສົ່ງອອກຂອງປະເທດອິນໂດເນເຊຍ ແຕ່ສິ່ງສຳຄ...