ຍານໃນລາວ (ຢ່າງຍານ ພືດເສດຖະກິດ )
ສ ປ ປ ລາວ ເປັນແຫຼ່ງຜະລິດຢ່າງຍານ Siam ຫຼື Lao Benzion ເຊິ່ງເປັນຢາງທີ່ນໍາມາຜະລິດເປັນຢາໝອງທີ່ໄດ້ຈາກກົກຍານ (Styrax
tonkinensis) ແລະ ມີຕົ້ນກໍາເນີດຢູ່ອາຊີຕາວັນອອກສ່ຽງໃຕ້ ໃນແຕ່ລະປີຈຳນວນການຜະລິດຢາງຍານ ( siam Benzion ) ເຊິ່ງເປັນໜຶ່ງໃນອຸດສາຫະກຳການຄ້າໄດ້ປະມານ
50 ໂຕ່ນ.
ໃນບາງປີ ສ ປ ປ ລາວ ເປັນພຽງປະເທດດຽວທີ່ຜະລິດຢາງຍານ (Benzion) ນີ້ແຕ່ເຖິງຢ່າງໃດກໍ່ຕາມປະເທດຫວຽດນາມກໍ່ຍັງເປັນປະເທດຄູ່ແຂ່ງປະເທດໜຶ່ງເຖິງຈະມີຜົນຜະລິດຕໍ່າກໍ່ຕາມ.
ຢາງຍານ (Benzion)
ທີ່ນຳມາຜະລິດສິນຄ້າອຸດສາຫະກຳປະເພດທີ່ສອງນັ້ນມີຊື່ວ່າ ( Sumatra
benzoin) ເຊິ່ງໄດ້ມາຈາກປະເພດໄມ້ຕະກຸນ Styrax: S.
benzoin ແລະ S.paralleloneurum ເຊິ່ງຕົ້ນໄມ້ສອງປະເພດນີ້ກໍ່ເປັນຕົ້ນໄມ້ທີ່ກໍາເນີດຢູ່ໃນອາຊີຕາວັນອອກສ່ຽງໃຕ້ເຊັ່ນດຽວກັນໃນປະເທດອິນໂດເນເຊຍ,
ໂດຍສະເພາະຢູ່ທາງພາກເໜືອຂອງເກາະສູມານຕຣາ ເປັນບ່ອນດຽວທີ່ມີການຜະລິດຢາງຍານຊະນິດ (Sumatra benzoin).
ແຕ່ວ່າການຜະລິດຂອງຢາງຍານ (Ben zion) ສອງປະເພດນັ້ນມີຄວາມແຕກຕ່າງກັນຫຼາຍເຊິ່ງຈຳນວນການຜະລິດຢາງຍານ (Sumatra
benzoin) ປະຈໍາປີແມ່ນປະມານ 1000 ໂຕ່ນ. ໂດຍອີງໃສ່ຂໍ້ມູນການສົ່ງອອກຂອງປະເທດອິນໂດເນເຊຍ ແຕ່ສິ່ງສຳຄັນກໍ່ຄືຢາງຍານ (Benzion) ປະເພດນີ້ປະກອບມີສານ Damar ເຊິ່ງນຳມາຜະລິດ benzoin
block, ເຊິ່ງຕົວເລກໃນການສົ່ງອອກຢາງຍານ (Benzion) ຂອງແທ້ນັ້ນຫຼຸດເປັນເຄິ່ງອາດຈະມີພຽງ
500 ໂຕນ.
ຍານ (Benzion) ໃນ ສ ປ ປ ລາວ ສ່ວນໃຫຍ່ແມ່ນຈະພົບເຫັນຢູ່ຕາມສັນພູທາງພາກເໜືອຄື:
ແຂວງຫຼວງພະບາງ,
ແຂວງຜົ້ງສາລີ,
ແຂວງຫົວພັນ ແລະ ແຂວງອຸດົມໄຊ ເຊິ່ງເປັນຂົງເຂດທີ່ຕົ້ນຍານຖືກຈັດສັນໄປຕາມການເຮັດໄຮ່ແບບເລື່ອນລອຍຂອງປະຊາຊົນຜູ້ທີ່ມີອາຊີບໃນການຖ່າງປ່າເຮັດໄຮ່ໃນບັນດາແຂວງ ແຂວງຫຼວງພະບາງ, ຜົ້ງສາລີ ແລະ ອຸດົມໄຊ ຍານຈະໃຊ້ເວລາໃນການເກັບກ່ຽວໃນຕົ້ນລະດູຝົນແມ່ນຈະຢູ່ໃນລະຫວ່າງເດືອນ
4-6 ແຂວງ ຫຼວງພະບາງເປັນແຂວງທີ່ນໍາໜ້າໃນການປູກຍານ
(Benzion) ເຊິ່ງມີປ່າ Styrax ປະມານ 3000 ເຮັກຕາ ກັບສາຍພູສູງກວ່າ 700 ແມັດ
ການຜະລິດ
(ປູກ)
ຕົ້ນຍານແມ່ນຜ່ານຂະບວນການບູລະນະໃນການເຮັດໄຮ່ແບບເລື່ອນລອຍໂດຍອີງໃສ່ຮູບແບບການປູກແບບປະສົມປະສານກັບການປູກເຂົ້າໃນຂົງເຂດພູສູງ
ປັດຈຸບັນໃນປະເທດລາວເຮົາກໍ່ມີພືດເສດຖະກິດຫຼາຍຊະນິດທີ່ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນ ແລະ ເຂົ້າເຈົ້າໄດ້ຂະຫຍາຍພື້ນທີ່ປູກພືດດັ່ງກ່າວກວມຫຼາຍພື້ນທີ່ຂອງພື້ນທີ່ການຜະລິດກະສິກຳ ພືດເສດຖະກິດດັ່ງກ່າວມີຫຼາຍຊະນິດເຊັ່ນ: ຕົ້ນຢາງພາລາ, ນ້ຳມັນເຄືອ, ໝາກນ້ຳມັນ, ໝາກເດືອຍ, ໝາກງາ ແລະ ອື່ນໆ ໃນນັ້ນ, ຕົ້ນຍານ (Benzion) ໃນ ສ ປ ປ ລາວ ກໍ່ເປັນສ່ວນໜຶ່ງທີ່ສາມາດການສ້າງເສດຖະກິດໃຫ້ແກ່ປະຊາຊົນບັນດາເຜົ່າທີ່ຢູ່ທາງພາກເໜືອຂອງລາວ ເປັນຕົ້ນແມ່ນ ແຂວງ ຫຼວງພະບາງ, ຜົ້ງສາລີ, ຫົວພັນ ແລະ ອຸດົມໄຊ ເຊິ່ງເປັນຂົງເຂດທີ່ປະກົດຕົ້ນຍານເກີດຂຶ້ນ. ຕົ້ນຍານເປັນຕົ້ນໄມ້ເສດຖະກິດທີ່ເກີດຂຶ້ນເອງຕາມທຳມະຊາດນັບວ່າກວມ 60 % ເນື່ອງຈາກວ່າເປັນຕົ້ນໄມ້ທີ່ມີລາຍໄດ້ສູງສາມາດຊ່ວຍໃຫ້ຊີວິດຄອບຄົວຂອງຊາວກະສິກອນດີຂຶ້ນເທື່ອລະກ້າວ ດັ່ງນັ້ນ, ປະຊາຊົນສ່ວນຫຼາຍຈຶ່ງນຳເບ້ຍຍານທີ່ເກີດຂຶ້ນຕາມພື້ນທີ່ໄຮ່ນັ້ນໄປປູກໃສ່ບ່ອນເປົ່າຫວ່າງຂອງພື້ນທີ່ໄຮ່ ການປູກຍານແມ່ນໃຊ້ຕົ້ນທຶນຕໍ່າເພາະວ່າ ຈຸດປະສົ່ງຂອງການຖາງປ່ານັ້ນ ແມ່ນເພື່ອປູກເຂົ້າເປັນຫຼັກ ຫຼັງຈາກປູກເຂົ້າແລ້ວປະມານເດືອນໜຶ່ງເບ້ຍຍານກໍ່ຈະແຕກງອກຂຶ້ນພ້ອມກັບວັດສະພືດ ສ່ວນການດູແລຍານນັ້ນຊາວກະສິກອນຈະເສຍຫຍ້າຮັກສາໃນປີທຳອິດປີດຽວເທົ່ານັ້ນ ຫຼັງຈາກນັ້ນແມ່ນປ່ອຍໃຫ້ຕົ້ນຍານຈະເລີນເຕີບໂຕໄປຕາມຂະບວນການແບບຕົ້ນໄມ້ທຳມະຊາດທົ່ວໄປ ຈົນຮອດປີທີ່ 6 ເຫັນວ່າ ຍານສາມາດບັກໄດ້ ແລ້ວຊາວກະສິກອນຈຶ່ງໄປຖາງຫຍ້າໃນບໍລິເວນຕົ້ນຍານພ້ອມກັນກັບການບັກຍານ ພ້ອມກັນນັ້ນຕົ້ນຍານຍັງເປັນມິດຕໍ່ສິ່ງແວດລ້ອມ ແລະ ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນຢ່າງຫຼວງຫຼາຍ ໂດຍສະເພາະຊາວກະສິກອນບ້ານສາມໝື່ນ ເມືອງ ໂພນທອງ ແຂວງ ຫຼວງພະບາງ ເປັນບ້ານໜຶ່ງທີ່ມີປ່າຍານຫຼາຍ ແຕ່ເຂົາເຈົ້າຍັງດຳເນີນການປູກ ແລະ ຂະຫຍາຍປ່າຍານຕໍ່ທຸກໆປີໃນພື້ນທີ່ດຽວກັບການປູກເຂົ້າ.
ຍ້ອນວ່າຜົນຜະລິດຍານເປັນທີ່ຍອມຮັບຂອງຕະຫຼາດ ແລະ ມີຄ່າຕອບສະໜອງຕໍ່ເສດຖະກິດຄອບຄົວທີ່ດີປະຊາຊົນສ່ວນຫຼາຍກໍ່ໃຫ້ຄວາມສົນໃຈພ້ອມທັງເປັນພືດເສດຖະກິດທີ່ມີລາຄາແພງ, ອາຍຸເກັບກ່ຽວຍາວນານ, ເປັນທີ່ຕ້ອງການຂອງຕະຫຼາດໂລກ ແລະ ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນ. ສະນັ້ນ, ຂ້າພະເຈົ້າຈຶ່ງຢາກແບ່ງປັ່ນຄວາມຮູ້ ແລະ ລາຍໄດ້ຂອງຍານ ເພື່ອເປັນການແນວທາງໃນການນໍາເອົາຄວາມຮູ້ດັ່ງກ່າວນີ້ໄປສົ່ງເສີມໃຫ້ແກ່ປະຊາຊົນເຮັດໃຫ້ມີລາຍຮັບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ ຫຼືບ່າງຂົງເຂດອາດຈະມີຕົ້ນຍານແຕ່ບໍ່ຮູ້ວ່າມັນເປັນສີ່ງທີ່ຕອ້ງການແລະສາມາດສ້າງລາຍຮັບໃຫ້ກັບຄອບຄົວໄດ້ ແລະຖ້າຂໍ້ມູນປານການໃດຜິດຜາດຕອ້ງຂໍອະໄພນະທິ່ນິ້ດວ້ຍ


ความคิดเห็น
แสดงความคิดเห็น